Ad

Ad

10 October 2013

ລັດ​ອອກ​ມາດ​ຕະການລົງ​ວິ​ໄນ​ເຈົ້າໜ້າ​ທີ່​ລັດຜູ້​ມີ​ສ່ວນ​ກ່ຽວຂ້ອງກັບການສົ່ງໄມ້ອອກຕ່າງປະເທດຜິດກົດໝາຍ



          ອີງ​ຕາມ​ການ​ຕົກລົງ​ຂອງ​ນາຍົກລັດຖະມົນຕີ​ໃນ​ວັນ​ທີ 28 ສິງຫາ 2013, ຫ້ອງ​ວ່າການ​ລັດຖະບານ ​ໄດ້​ອອກ​ແຈ້ງ​ການ​ສະ ບັບ​ເລກທີ 1332/ຫລບ, ລົງ​ວັນ​ທີ 29 ສິງຫາ 2013 ​ເພື່ອ​ໃຫ້​ປະຕິບັດ​ມາດ​ຕະການ​ກັບ​ບໍລິສັດ​ສົ່ງ​ໄມ້​ອອກຕ່າງປະເທດທີ່​ບໍ່​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ​ຢູ່​ດ່ານ​ພາ ສີ​ລະ​ໄລ ​ແຂວງ​ສາລະ​ວັນ ຕາມ​ທີ່​ກະຊວງ​ການ​ເງິນ​ສະ​ເໜີ​ມາ​ຢ່າງ​ເຂັ້ມງວດ ຄື​ໃຫ້​ກົມ​ພາສີ​ເຊີນ​ບໍລິ ສັດ​ຜູ້​ສົ່ງ​ອອກ​ໄມ້ດັ່ງກ່າວມາ​​ຮັບ​ຊາບ​ຜົນ​ການ​ກວດກາ​ຂໍ້​ມູນ​ການ​ສົ່ງ​ໄມ້​ອອກທີ່​ບໍ່​ຖືກຕ້ອງ​ຕາມ​ລະ ບຽບ​ກົດໝາຍ ​ແລະ ​ໃຫ້​ກະຊວງ​ການ​ເງິນ​ອອກ​ໃບ​ສັ່ງ​ມອບ​ລາຍ​ຮັບ​ງົບປະມານ ​ເປັນຕົ້ນຄ່າ​ຊັກ​ພິ​ເສດ 30% ​ແລະ ຄ່າ​ປັບ​ໄໝ 30% ຂອງ​ມູນ​ຄ່າ​ການ​ຊື້-ຂາຍ​ຕາມ​ໂຕ​ເລກທີ່​ຝ່າຍ​ຫວຽດນາມ​ສະໜອງ​ໃຫ້, ຖ້າ​ບໍລິສັດ​ບໍ່​ຍອມ​ປະຕິບັດ​ແມ່ນ​ໃຫ້​ດຳ​ເນີນ​ການ​ປະກອບ​ເອກະສານ​ຮ້ອງ​ຟ້ອງ​ສານ​ພິຈາ ລະນາ​ຕັດສິນ​ຕາມ​ຂະ​ບວນຍຸ​ຕິ​ທຳ. ສຳລັບ​ເຈົ້າໜ້າ​ທີ່​ພາສີ​ກ່ຽວ ຂ້ອງ​ມອບ​ໃຫ້​ຄະນະ​ພັກ​ກະຊວງ​ການ​ເງິນ​ປະຕິບັດ​ມາດ​ຕະການ​ຂຽນ​ໃບສຳ​ຫລວດ​ຄວາມ​ຮັບຜິດ ຊອບ, ​ເປີດ​ບັ້ນດຳ​ເນີນ​ຊີວິດ​ການ​ເມືອງ​ພາສີ​ເຂດ IV ​ແລະ ພາສີ​ດ່ານ​ລະ​ໄລ, ຍົກຍ້າຍ​ຄະນະ​ພາສີ​ດ່ານ​ໄປ​ຮັບ​ໜ້າ​ທີ່​ອື່ນ ​ແລະ ​ແຕ່ງ ຕັ້ງຜູ້​ໃໝ່​ປ່ຽນ​ແທນ, ​ໃຫ້​ປັບປຸງ​ຄະນະ​ພາສີ​ເຂດ
IV ຄືນ​ໃໝ່ ​ໂດຍ​ເລືອກ​ເອົາ​ຜູ້​ທີ່​ມີ​ຫລັກ​ໝັ້ນ,ມີ​ຄວາມ​ຊື່ສັດ ​ແລະ ມີ​ຄວາມ​ຮູ້​ຄວາມ​ສາມາດ. ສ່ວນ​ເຈົ້າໜ້າ​ທີ່​ຂອງ​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ກັບ​ພຶດຕິ​ກຳ​ການ​ສົມຮູ້​ຮ່ວມ​ຄິດ​ກັບ​ຜູ້​ປະກອບ​ການ, ລະ​ເມີດ​ລະບຽບ​ກົດໝາຍ ​ແລະ ສ້າງ​ຄວາມ​ເສຍ​ຫາຍ​ແກ່​ລັດ ​ແລະ ປະ​ເທດ​ຊາດ​ແມ່ນ​ມອບ​ໃຫ້​ຂະ​ແໜງກ່ຽວຂ້ອງ​ດຳ​ເນີນ​ການ​ສຳ​ຫລວດວດກາ​ຄວາມ​ຮັບຜິດ ຊອບ ​ແລະ ລົງ​ວິ​ໄນ​ຕາມ​ລະບຽບ.

No comments:

Post a Comment